ข้ามไปที่เนื้อหาหลัก
ແຂວງບໍ່ແກ້ວ (ອັງກິດBokeo Province) ເປ້ນແຂວງໜຶ່ງຂອງປະເທດລາວ ທີ່ຕັ້ງຢູ່ທາງທິດຕະເວັນຕົກສຽງເໜືອຂອງລາວ ເປັນແຂວງທີ່ມີຊື່ສຽງທາງດ້ານອັນຍະມະນີ ແລະ ຍັງຢູ່ໃນເຂດສາມຫຼ່ຽມຄຳອີກດ້ວຍ. ​ເຂດ​ນີ້ ​ເຄີຍ​ມີ​ບົດບາດອັນ​ສຳຄັນ​ອັນ​ຍິ່ງ​​ໃຫຍ່ ທາງ​ດ້ານປະຫວັດສາດ ​ໃນ​ສະ​ໄຫມ​ສັດຕະວັດ ທີ 20. ມີຮ່ອງຮອຍ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ທາງ​ດ້ານ​ສາດສະຫນາ​, ການ​ປົກຄອງ, ກະສັດ, ປະຫວັດ​ດ້ານ​ສົງຄາມ ​ແລະ ການ​ຄ້າ ໃນ​ສະ​ໄຫມ​ກ່ອນ, ພ້ອມ​ທັງ​ປູຊະນີຍະສະຖານ, ອະຣິຍະ​ທຳ​ອັນ​ລ້ຳ​ຄ່າ​, ສະຖາປັດຕະຍະກຳ​ອັນ​ເປັນ​ເອກະລັກ ​ແລະ ວັດວາອາ​ຮາມ​ທີ່​ເກົ່າ​ແກ່ ທີ່​ຫນ້າ​ສົນ​ໃຈຫລາຍ​ແຫ່ງ. ແຂວງບໍ່ແກ້ວ ເປັນແຂວງໜຶ່ງທີ່ມີພູດອຍກວມເປັນສ່ວນໃຫຍ່ ມີເນື້ອທີ່ທັງໝົດ 6.196 ກິໂລຕາ ແມັດ, ເນື້ອທີ່ ມີ 47.820 ເຮັກຕາ ມີພົນລະເມືອງທັງໝົດ 179,300 ຄົນ ຍິງ 89.300 ຄົນ ມີ 291 ບ້ານ ແລະ 27,606 ຄົວເຮືອນ. ແຂວງບໍ່ແກ້ວ ປະກອບ ດ້ວຍຫຼາຍຊົນເຜົ່າຄື: ໄຕ, ມົ້ງ, ລາວ, ລື້, ຍວນ, ກໍ່, ກຸ່ຍ, ຢ້າວ, ແລນແຕນ, ມູເຊີ, ກຶມມຸ ຯລຯ
ແຂວງ​ບໍ່​ແກ້ວ ​ມີ​ເສັ້ນທາງ ຫຼວງເຊື່ອມຕໍ່ ລະຫວ່າງ ທິດເຫ​ນືອ-ທິດຕາເວັນຕົກສຽງເໜືອ ທີ່​ສຳຄັນ ລະຫວ່າງ ປະ​ເທດ ​ໄທ ​ແລະ ສປ ຈີນ. ​ເສັ້ນທາງ​ດ່ວນ R3 ຖືກກໍ່​ສ້າງ​ສຳ​ເລັດ​ໃນປີ 2010,ຕໍ່ມາໃນປີ 2013 ຂົວ​ມິດຕະພາບ ຂ້າມ​ແມ່​ນ້ຳຂອງ ​ແຫ່ງ​ທີ 4 ກໍ່ໄດ້ກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ ຢ່າງເປັນທາງການ, ເຊິ່ງຈະ​ສາມາດ​ເຊື່ອມ​ຕໍ່ລະບົບ​ຄົມມະນາຄົມຂົນ​ສົ່ງ ລະຫວ່າງ ຂຸນ​ຫມິ​ງ (ສປ ຈີນ) ​ແລະ ບາງກອກ (ປະ​ເທດ​ໄທ) ຜ່ານເສັ້ນທາງ R3 ​ເພື່ອເຊື່ອມໂຍງເສດຖະກິດລະຫວ່າງ 3 ປະເທດ ເຊິ່ງຄາດ​ວ່າ ຈະ​ເປັນ​ໂອກາດ ​ແລະ ສິ່ງ​ກະຕຸກ​ຊຸກຍູ້ ​ໃຫ້​ບັນດາ​ຂະ​ແຫນງ​ການ​ຕ່າງໆ ທາງ​ດ້ານ​ເສດຖະກິດ ​ໄດ້​ຮັບ​ການ​ພັດທະນາ ​ແລະ ຂະຫຍາຍຕົວ​ໄດ້​ຢ່າງ​ໄວວາ.

ความคิดเห็น

โพสต์ยอดนิยมจากบล็อกนี้

ແຂວງອຸດົມໄຊ

ແຂວງອຸດົມໄຊ [[ຮູບ:|100px]] [[ຮູບ:|100px]] ຂໍ້ມູນທົ່ວໄປ ຊື່ພາສາລາວ ແຂວງອຸດົມໄຊ ເມືອງເອກ ເມືອງໄຊ ISO 3166-2 LA-OU ຂໍ້ມູນສະຖິຕິ ເນື້ອທີ່ 15,370 km² ປະຊາກອນ 285,874  (2008 ຄາດຄະເນ)  ຄົນ ຄວາມໜາແໜ້ນປະຊາກອນ 19 ຄົນ/km² ແຂວງອຸດົມໄຊ  ( ອັງກິດ  Oudomxay) ແມ່ນໜຶ່ງໃນແຂວງຂອງ ປະເທດລາວ ທີ່ຕັງຢູ່ທາງທິດຕະເວັນຕົກສຽງເໜືອຂອງປະເທດ ເນື້ອໃນ    [ ເຊື່ອງ ]  ໑ ປະຫວັດແຂວງອຸດົມໄຊ ໒ ທີ່ຕັ້ງ ໓ ລັກສະນະພູມສັນຖານ ໔ ປະຊາກອນ ໕ ບັນດາເມືອງ ໖ ສະຖານທີ່ທ່ອງທ່ຽວ ປະຫວັດແຂວງອຸດົມໄຊ [ ແກ້ໄຂ ] ແຂວງນີ້ໄດ້ແຍກອອກມາຈາກແຂວງຫຼວງພະບາງເມື່ອປີ ຄ.ສ. 1963 ໃນເມື່ອກ່ອນທີ່ຕັ້ງແຂວງນີ້ມີຊື່ວ່າແຂວງລ້ານຊ້າງ ຄ.ສ. 1965 ຈຶ່ງປ່ຽນຊື່ມາເປັນແຂວງເມືອງໄຊ ຄ.ສ. 1967 ຈຶ່ງປ່ຽນຊື່ເປັນແຂວງອຸດົມໄຊມາຈົນເຖິງປັດຈຸບັນນີ້. ຕໍ່ມາໃນປີ ຄ.ສ. 1991 ຈຶງໄດ້ໂອນເມືອງປາກທາ ແລະ ເມືອງຜາອຸດົມ ໃຫ້ໄປຂຶ້ນກັບການປົກຄອງຂອງແຂວງບໍ່ແກ້ວ. ທີ່ຕັ້ງ [ ແກ້ໄຂ ] ທິດເໜືອຕິດກັບ ແຂວງຜົ້ງສາລີ ແລະ ສ.ປ ຈີນ ທິດໃຕ້ຕິດກັບ ແຂວງໄຊຍະບູລີ ທິດຕາເວັນອອກຕິດກັບ ແຂວງຫລວງພະບາງ ທິດຕາເວັນຕົກຕິດກັບ ແຂວງບໍ່ແກ້ວ ແລະ ແຂວງຫລວງນ້ຳທາ ລ...